ພາກທີ 02 · ກ່ຽວກັບພວກເຮົາ
ຂໍ້ມູນບໍລິສັດ ແລະ ການຮັບຮອງທາງກົດໝາຍ
ພາກນີ້ຈັດທຳຂຶ້ນເພື່ອຮອງຮັບການກວດສອບ Due Diligence ຈາກຄູ່ຮ່ວມທຸລະກິດ ໂດຍລວມຂໍ້ມູນທົ່ວໄປ ແລະ ເອກະສານທາງກົດໝາຍທີ່ກ່ຽວຂ້ອງ.
ຂໍ້ມູນທົ່ວໄປ
- ຊື່ບໍລິສັດ
- ບໍລິສັດ ໂກຕ້າ (ລາວ) ຄຸ້ມຄອງບໍລິຫານ ຈຳກັດຜູ້ດຽວ
- ຊື່ພາສາອັງກິດ
- Kota (Lao) Management Sole Co., Ltd.
- ວິສາຫະກິດປະເພດ
- ຈຳກັດຜູ້ດຽວ
- ຜູ້ອຳນວຍການ
- ທ່ານ ນາງ ໂກສີ ພູສະຫວັນ (ອາຍຸ 70 ປີ, ສັນຊາດລາວ)
- ວັນທີ່ຈົດທະບຽນ
- 26 ທັນວາ 2025
- ສະຖານະການຈົດທະບຽນ
- ເຄື່ອນໄຫວ (ຈົດທະບຽນຢູ່ ກະຊວງອຸດສາຫະກຳ ແລະ ການຄ້າ)
- ອາຍຸການອະນຸຍາດດຳເນີນທຸລະກິດ
- 3 ປີ ນັບແຕ່ວັນອອກໃບອະນຸຍາດ
ການຮັບຮອງທາງກົດໝາຍ
ບໍລິສັດຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍ ສປປ ລາວ ພ້ອມໃບຢັ້ງຢືນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດຈັດຫາແຮງງານ ພ້ອມສະໜອງໃຫ້ຄູ່ຮ່ວມທຸລະກິດກວດສອບຕາມການຮ້ອງຂໍ.
ເລກທະບຽນວິສາຫະກິດ366208856000
ພື້ນຖານທາງກົດໝາຍ
- 01ກົດໝາຍ ວ່າດ້ວຍການຈັດຫາງານ ສະບັບເລກທີ 37/ສພຊ, ລົງວັນທີ 17 ກັນຍາ 2023
- 02ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງທຸລະກິດບໍລິການຈັດຫາງານ ສະບັບເລກທີ 850/ຄສສ, ລົງວັນທີ 11 ມີນາ 2026
- 03ໜັງສືລາຍງານ ຂອງກົມການຈັດຫາງານ ສະບັບເລກທີ 1079/ກຈງ, ລົງວັນທີ 29 ມິຖຸນາ 2026
ຂອບເຂດການບໍລິການ
ບໍລິການພາຍໃນປະເທດ
ຈັດຫາງານ, ປະສານງານລະຫວ່າງນາຍຈ້າງ ແລະ ຜູ້ອອກແຮງງານພາຍໃນ ສປປ ລາວ, ກວດສອບເອກະສານ ແລະ ຄຸນສົມບັດຜູ້ສະໝັກ.
ບໍລິການຕ່າງປະເທດ
ຈັດຫາ ແລະ ປະສານງານແຮງງານໄປເຮັດວຽກຕ່າງປະເທດ ຕາມສັນຍາ ແລະ ຂໍ້ກຳນົດຂອງປະເທດປາຍທາງ, ຮ່ວມມືກັບອົງກອນຄູ່ຮ່ວມທີ່ໄດ້ຮັບອະນຸຍາດ.